

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສູນວັດທະນະທຳຈີນ ປະຈໍາ ລາວ ຈັດກິດຈະກຳ ວັນແຫ່ງການສົນທະນາ ລະຫວ່າງອາລິຍະທຳສາກົນ ໃນວັນທີ 8 ມິຖຸນາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ຈຳພອນ ວົງສາ ຫົວໜ້າກົມວັດທະນະທຳ ແລະ ສິລະປະການສະແດງ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ໂຫລ ເວີ້ຍ ຈ້ຽນ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ລາວ, ມີເລຂາຄະນະກວດກາວິໄນ ຄະນະສິລະປະການຟ້ອນ ວິທະຍາໄລວິຊາຊີບສິລະປະເຈີ້ຈຽງ, ຮອງຫົວໜ້າກົມ, ຫົວໜ້າກອງ, ຜູ້ອຳນວຍ ການ, ພ້ອມດ້ວຍສະມາຊິກຈາກສາມອົງການຈັດຕັ້ງມະຫາຊົນ ທົ່ວກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເຂົ້າຮ່ວມ.
ກິດຈະກຳໃນຄັ້ງນີ້, ໄດ້ຮັບຟັງການປາຖະກະຖາ ຈາກຊ່ຽວຊານ ດ້ານວັດທະນະທຳ ຂອງ ລາວ-ຈີນ ໃນຫລາຍຫົວຂໍ້ສຳຄັນ ເປັນຕົ້ນ ປະຫວັດວັດທະນະທຳລາວ, ປະຫວັດການສະແດງສິລະປະດົນຕີລາວ (ບົດຟ້ອນ), ເລື່ອງລາວປະເທດຈີນ “ການສືບທອດຜ່ານບົດຟ້ອນ ແລະ ການພັດທະນາບົດຟ້ອນເຈີ້ຈຽງປະເທດຈີນ”, ພ້ອມທັງ ໄດ້ຮັບຊົມລາຍການສະແດງສິລະປະ ຂອງນ້ອງໆນັກຮຽນ ຈາກວິທະຍາໄລສິລະປະແຫ່ງຊາດລາວ ແລະ ນັກສຶກສາຈາກວິທະຍາໄລວິຊາຊີບ ດ້ານສິລະປະ ແຂວງເຈີ້ຈ່ຽງ ສປ ຈີນ ພາຍໃຕ້ຫົວຂໍ້ “ມົນສະເໜ່ການຟ້ອນພາກຕາເວັນອອກ”.
ທ່ານ ນາງ ຈຳພອນ ວົງສາ ໄດ້ກ່າວວ່າ: ການຈັດຕັ້ງກິດຈະກໍາໃນຄັ້ງນີ້, ຈະປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ກໍຄື ເປັນຂີດໝາຍອັນສໍາຄັນ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ປີ 2026 ເປັນປີມິດຕະພາບລາວ-ຈີນ ໂດຍໄດ້ຢຶດຖືຫລັກການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ບົນພື້ນຖານຈິດໃຈ “4 ດີ” ຄື: ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມທີ່ດີ ຜ່ານການເຊື່ອມໂຍງທາງລົດໄຟ ລາວ-ຈີນ, ເສັ້ນທາງຄົມມະນາຄົມທາງບົກ, ທາງອາກາດ ແລະ ການແລກປ່ຽນສິລະປະ-ວັດທະນະທໍາ ເຊິ່ງກັນ ແລະ ກັນ ໃຫ້ເປັນຮູບປະທຳ ແລະ ມີຄວາມຫລາກຫລາຍຂຶ້ນເລື້ອຍໆ. ທ່ານ ນາງ ຈຳພອນ ວົງສາ ຍັງໃຫ້ຮູ້ອີກວ່າ: ວັດທະນະທຳມີບົດບາດສຳຄັນ ແລະ ເປັນກຳລັງແຮງພື້ນຖານປະກອບສ່ວນ ຍູ້ດັນເຂົ້າໃນການເຕີບໂຕ ແລະ ສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃຫ້ມີຄວາມຍືນຍົງ, ການພັດທະນາຊຸມຊົນ ບໍ່ສາມາດປະສົບຜົນສຳເລັດໄດ້ ຖ້າຫາກພວກເຮົາລະເລີຍວັດທະນະທຳອັນລ້ຳຄ່າຂອງຕົນເອງ, ວັດທະນະທຳແມ່ນພື້ນຖານອັນສຳຄັນ ໃນການສ້າງຕັ້ງ ແລະ ຮັກສາສາຍພົວພັນມິດຕະພາບທີ່ຍືນຍົງ. ຄຽງຄູ່ກັນນັ້ນ, ກໍຕິດພັນກັບການດຳລົງຊີວິດປະຈຳວັນ ແລະ ບໍ່ສາມາດແຍກອອກຈາກວັດທະຈັກຂອງມວນມະນຸດໄດ້, ວັດທະນະທຳຍັງເປັນເຄື່ອງມືອັນສຳຄັນໃນການສົ່ງເສີມການເຊື່ອມໂຍງລະຫວ່າງປະຊາຊົນກັບປະຊາຊົນ ໃນບັນດາປະເທດໃກ້ຄຽງ ຊຶ່ງໄດ້ປະ ກອບສ່ວນຢ່າງແຂງແຮງເຂົ້າໃນການສ້າງຄວາມເຂົ້າໃຈ ແລະ ເສີມຂະຫຍາຍສາຍພົວພັນອັນໃກ້ຊິດ ລະຫວ່າງປະຊາ ຊົນໃນທົ່ວໂລກ, ການເຊື່ອມໂຍງເຊື່ອມຈອດທາງດ້ານວັດທະນະທຳ ເປັນປັດໄຈສໍາຄັນໜຶ່ງແຫ່ງການດຳລົງຄົງຕົວ ແລະ ຂະຫຍາຍຕົວຂອງອະລິຍະທຳຂອງປະຊາຊາດໃນໂລກ ຊຶ່ງຮຽກຮ້ອງ ໃຫ້ບັນດາປະເທດຕ້ອງໄດ້ເຊື່ອມໂຍງເຊື່ອມຈອດເຂົ້າກັນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນ ໃນການສ້າງໂລກແຫ່ງສັນຕິພາບ ແລະ ມີສະຖຽນລະພາບ.
ທ່ານ ໂຫລ ເວີ້ຍ ຈ້ຽນ ໄດ້ຕາງໜ້າ ໃຫ້ສູນວັດທະນະທໍາຈີນ ປະຈຳ ລາວ ສະແດງຄວາມຂອບໃຈມາຍັງ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ສູນແລກປ່ຽນວັດທະນະທໍາ ແລະ ການທ່ອງທ່ຽວຈີນ-ຕ່າງປະເທດ, ວິທະຍາໄລສິລະປະອາຊີບແຂວງເຈີ້ຈຽງ ແລະ ສະຖາບັນສິລະປະແຫ່ງຊາດລາວ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນກິດຈະກໍາໃນຄັ້ງນີ້. ພ້ອມທັງ ຢຶນຢັນວ່າ: ໃນອະນາຄົດ ສູນວັດທະນະທຳຈີນ ປະຈຳ ລາວ ຈະສືບຕໍ່ຮ່ວມມືກັບກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ, ສູນແລກປ່ຽນວັດທະນະທໍາຈີນ-ຕ່າງປະເທດ, ພ້ອມທັງສະຖາບັນການສຶກສາຂອງສອງປະເທດ ລາວ-ຈີນ ເພື່ອຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງສິລະປິນ, ການສຶກສາຮຽນຮູ້ຂອງເຍົາວະຊົນ ແລະ ການຮ່ວມສ້າງສັນຜົນງານສິລະປະໃຫ້ຫລາຍຂຶ້ນ, ເຮັດໃຫ້ການຮ່ວມມືທາງວັດທະນະທໍາ ລາວ-ຈີນ ພັດທະນາຈາກການ “ໄປມາຫາສູ່ດັ່ງຍາດພີ່ນ້ອງ” ສູ່ການ “ເປັນຄອບຄົວດຽວກັນ” ແລະ ຈາກ “ການສະແດງໄລຍະສັ້ນ” ສູ່ “ການຮ່ວມເຕີບໂຕຢ່າງຍືນຍົງ”.
ຂ່າວ: ທະນູທອງ
ພາບ: ຄຳ