
ເພື່ອສະຫຼຸບ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານສ້າງ ຄອບຄົວວັດທະນະທຳ, ບ້ານວັດທະນະທຳ,ບ້ານວັດທະນະທຳຕົວແບບ, ກົມກອງວັດທະນະທຳ ແລະ ເມືອງວັດທະນະທຳ ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ ພ້ອມທັງກຳນົດທິດທາງ ແລະ ແຜນການຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ 2026, ກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ກົມວັດທະນະທຳ ແລະສິລະປະການສະແດງໄດ້ຈັດກອງປະຊຸມລະບົບຜ່ານທາງອອນລາຍການຈັດຕັ້ງປະຕິບັດວຽກງານດັ່ງກ່າວຂຶ້ນ.
ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 25 ເດືອນ 6 ປີ 2026, ເວລາ 8:30 ທີ່ ຕຶກກະຊວງວັດທະນະທຳແລະການທ່ອງທ່ຽວ ເປັນປະທານໂດຍ ທ່ານ ນາງ ຈຳພອນ ວົງສາ ກຳມະການຄະນະບໍລິຫານງານພັກກະຊວງ, ຫົວໜ້າກົມວັດທະນະທຳ ແລະ ສິລະປະການສະແດງໂດຍມີການເຂົ້າຮ່ວມ ຜູ້ຕາງໜ້າຈາກບັນດາກົມ, ອົງການ, ພະແນກວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງພ້ອມທັງພາກສ່ວນທີ່ກ່ຽວຂ້ອງ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອ:
- ສະຫຼຸບ ແລະ ປະເມີນຜົນການຈັດຕັ້ງວຽກງານໃນ 6 ເດືອນຕົ້ນປີ 2026.
- ວິເຄາະຂໍ້ດີ, ຂໍ້ຈຳກັດ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້.
- ກຳນົດທິດທາງ, ວາງແຜນການ ແລະ ມາດຕະການໃນການຍົກສູງຄຸນນະພາບວຽກງານສ້າງຄອບຄົວວັດທະນະທຳ, ບ້ານວັດທະນະທຳ, ບ້ານວັດທະນະທຳຕົວແບບ, ກົມກອງວັດທະນະທຳ ແລະ ເມືອງວັດທະນະທຳ ໃຫ້ບັນລຸຕາມເປົ້າໝາຍທີ່ກຳນົດໄວ້.