
ໃນວັນທີ11-14 ກຸມພາ 2025 ເພື່ອເຮັດໃຫ້ໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດ ແລະມີປະສິດທິຜົນສູງ ຄະນະກົມ ນຳພາໂດຍ ທ່ານ ນ. ພອນທິບ ພູມິນ ພ້ອມດ້ວຍຫົວໜ້າພະແນກ ແລະວິຊາການ ຈາກກົມສິລະປະ-ວັດທະນະທຳ ໄດ້ເຂົ້າຮ່ວມປະເມີນບ້ານວັດທະນະທຳບັ້ນສຸດທ້າຍ,ບ້ານກັນດອນ ເມືອງທ່າແຕງ ແຂວງເຊກອງ