
ນັບແຕ່ໃດໆມາ ຊົນເຜົ່າ ອີວມຽນ ແມ່ນມີເອກະລັກວັດຖະນະທຳທາງດ້ານການນຸ່ງຫົ່ມ ແລະ ເອ້ຍ້ອງທີ່ເປັນຂອງຊົນເຜົ່າຕົນ ໃນແຕ່ລະແຊງກໍ່ມີຄວາມແຕກຕ່າງກັນອອກໄປເຊັ່ນ: ແມ່ຍິງໂດຍປົກກະຕິແລ້ວແມ່ນມີຄວາມນິຍົມນຸ່ງສົ້ງຂາລີບສີດຳ ແລະ ແສ່ວປາຍຂາໂສ້ງດ້ວຍດອກຝ້າຍຫຼາຍສີຄື: ສີແດງ, ສີຂາວ, ສີເຫຼືອງ ແລະ ສີຟ້າຢ່ອນລົງຮອດປາຍແຄ່ງ, ຫົ່ມເສື້ອແຂນຍາວສີດຳ ແລະ ຢູ່ສົ້ນຂອງແຂນເສື້ອໄດ້ມີການປັກແສ່ວເປັນລວດລາຍດ້ວຍຝ້າຍທີ່ມີສີສັນແຕກຕ່າງກັນເຊັ່ນ: ສີດຳ, ສີຂາວ ແລະ ແຂບຄໍເສື້ອດ້ວຍໝາກບັດ, ແວນສີແດງ, ສີບົວທັງປະດັບດ້ວຍເງິນຂັນຫ້ອຍໄວ້ຕາມໜ້າເອິກຂອງເສື້ອຊຸດໜຶ່ງໆມີນ້ຳໜັກປະມານ 1.5ກຣາມ, ໃສ່ຜ້າສີດຳຄຽນຫົວທີ່ມີຄວາມຍາວ 10ແມັດ, ສ່ວນຜ້າຄ້ອງຄໍແຕ່ລະແຊງຈະບໍ່ຄືກັນເຊັ່ນ: ມີຜ້າແລນ ຜ້າສີຂາວຍາວປະມານ 1ແມັດ, ມີການແຊ່ວປັກລວດລາຍຄ້ອງຄໍພາດລົງບ່າທາງໜ້າສອງເບື້ອງ. ນອກຈາກນີ້ແລ້ວກໍຍັງມີຜ້າສີດຳຄຽນແອວທີ່ແສ່ວດ້ວຍຜ້າສີແດງຢູ່ສອງສົ້ນແພ, ຜ້າພັນແຂນສີຂາວທີ່ໄດ້ຜະລິດດ້ວຍຕົນເອງ ແລະ ມີເຄື່ອວປະດັບເອ້ຍ້ອງທີ່ເຮັດດ້ວຍເງິນຄື: ປອກຄໍ, ປອກແຂນ, ປອກຂາ, ຕ້າງຫູ ແລະ ສາຍຄໍຍາວ. ໃນອາດີດແມ່ຍິງຊົນເຜົ່າອີວມ້ຽນບໍ່ນິຍົມໄສ່ເກີບ, ພັດມີຄວາມນິຍົມໄສ່ປອກແຂນ, ສາຍຄໍທີ່ເຮັດດ້ວຍເງິນເຊິ່ງມີນ້ຳໜັກສອງຂີດຂຶ້ນໄປ. ແຕ່ສຳລັບຜູ້ຊາຍແມ່ນມັກນຸ່ງໂສ້ງສີດຳຂາລີບຍາວພຽງປາຍແຄ່ງແສ່ວດ້ວຍຝ້າຍສີແດງຢູ່ປາຍຂອບຂາໂສ້ງ, ມີຄວາມນິຍົມຫົ່ມເສື້ອສີດຳ, ມີກະດຸມລະຫວ່າງສອງຂ້າງ, ໃນເສື້ອຊຸດໜຶ່ງປະດັບດ້ວຍເງິນຂັນປະມານ 25 ໜ່ວຍ ຂຶ້ນໄປ, ຜູ້ຊາຍທີ່ມີຄອບຄົວແລ້ວນັ້ນມີຄວາມນິຍົມໄສ່ໝວກສີດຳແຄບດ້ວຍສີແດງ.