
ການດຳເນີນ ຊີວິດທາງດ້ານເສດຖະກິດຂອງຊົນເຜົ່າອາຄາ ໃນໄລຍະທີ່ຜ່ານມາແມ່ນຕິດພັນກັບທຳມະຊາດ, ອາຊີບສຳຄັນຕົນຕໍ່ ຂອງຊົນເຜົາອາຄາ ຄືການເຮັດໄຮ່ປູກເຂົ້າ, ປູກຝິ່ນ, ນອກຈາກນັ້ນ, ເຂົາເຈົ້າຍັງປູກພືດປະເພດທີ່ມີທາດແປງ ແລະ ພືດຜັກອື່ນໆ ເພື່ອ ຕອບສະຫນອງໃນຄວາມຕ້ອງການຂອງການບໍລິໂພກໃນຊີວິດປະຈຳວັນຂອງຄອບຄົວ. ສ່ວນທີ່ ເຫືລອຈະນຳໄປແບ່ງປັນໃຫ້ຍາດຕິພີ່ນ້ອງ ແລະ ນຳໄປຂາຍ ຫຼື ແລກປ່ຽນສິ່ງຂອງທີຈໍາເປັນເຊິ່ງບໍ່ສາມາດຜະລິດໄດ້ໃນບ້ານເຮືອນເຊັ່ນ: ເກືອ, ນໍ້າຕານ, ແປງນົ່ວ ແລະ ເຄື່ອງໃຊ້ສອຍຕ່າງໆ. ອາຫານໃນຊີວິດປະຈຳວັນນອກຈາກເຂົາເຈົ້າຜະລິດເອງແລ້ວ ຍັງ ໄດ້ຈາກການໄປຊອກຫາ ຕາມທາມະຊາດ. ສັດລ້ຽງທີ່ ເຂົານິຍົມລ້ຽງໄດ້ແກ່: ງົ່ວ, ຄວາຍ, ຫູມ ແລະ ໄກ່. ແຕ່ເປົ່າຫມາຍຂອງການລ້ຽງເພື່ອໄວ້ໃຊ້ແຮງງານ, ເຂົາເຈົ້າ ບໍ່ນິຍົມຂ້າສັດເຫົລານີ້ກິນເປັນອາຫານປະຈາວັນ, ເຂົາເຈົ້າຈະຂ້າກໍຕໍ່ເມືອມີງານບຸນປະເພນີ, ເຮັດຮີດຄອງ ຫຼື ແຂກຄົນແລະ ຍາດຕິພີ່ນ້ອງທາງໄກມາຢ້ຽມຢາມເທົ່ານັ້ນ