24/05/2025

ຂົງເຂດວຽກງານວັດທະນະທຳ

* ວຽກງານສົ່ງເສີມການສ້າງຄອບຄົວ ແລະບ້ານວັດທະນະທຳ

  1. ຄົ້ນຄ້ວາ ສ້າງນິຕິກຳ ແລະ ລະບຽບ, ຫຼັກການ ໃນການຄຸ້ມຄອງການເຄື່ອນໄຫວວຽກງານສ້າງຄອບຄົວ
    ແລະ ບ້ານວັດທະນະທຳ;
  2. ສ້າງ ແລະປັບປຸງແຜນງານ, ໂຄງການ, ຂໍ້ກຳນົດ, ລະບຽບຫຼັກການ ເງື່ອນໄຂ, ມາດຕະຖານຕ່າງໆຂອງ
    ການສ້າງຄອບຄົວ, ບ້ານ, ກົມກອງ, ສຳນັກງານ, ອົງການ ວັດທະນະທຳ;
  3. ເກັບກຳສະຖິຕິຄອບຄົວ, ບ້ານ, ກົມກອງ, ສຳນັກງານ, ອົງການ ວັດທະນະທຳໃນທົ່ວປະເທດ, ເພື່ອ
    ຕອບສະໜອງຂໍ້ມູນຂ່າວສານວິຊາການໃຫ້ບັນດາອົງການກ່ຽວຂ້ອງຕ່າງໆ ຕາມການສະເໜີ;
  4. ໂຄສະນາເຜີຍແຜ່ ບັນດານິຕິກຳ, ຂໍ້ມູນຂ່າວສານ ກ່ຽວກັບວຽກງານການສ້າງຄອບຄົວ, ບ້ານ, ກົມກອງ, ສຳ
    ນັກງານ, ອົງການ ວັດທະນະທໍາ ໃນທົ່ວປະເທດ;
  5. ຊຸກຍູ້ ສົ່ງເສີມການສ້າງແບບແຜນການດຳລົງຊີວິດວັດທະນະທຳ, ການສ້າງຄອບຄົວ, ບ້ານ, ກົມກອງ,
    ສຳນັກງານ, ອົງການ ວັດທະນະທຳ, ກິດຈະກຳ, ຂະບວນການ ຟື້ນຟູສິລະປະ-ວັດທະນະທຳ ຂອງ
    ປະຊາຊົນບັນດາເຜົ່າຢູ່ຮາກຖານ;
  6. ຊຸກຍູ້ ການປະຕິບັດນະໂຍບາຍໃຫ້ນາມມະຍົດເພື່ອຊຸກຍູ້ສົ່ງເສີມຂະບວນການສ້າງຄອບຄົວ, ບ້ານ,
    ກົມກອງ, ສຳນັກງານ, ອົງການ ວັດທະນະທຳແບບຍືນຍົງຢູ່ທ້ອງຖິ່ນຮາກຖານ ໃນຂອບເຂດທົ່ວປະເທດ;
  7. ປະສານສົມທົບຮ່ວມກັບ ພະແນກ ຖວທ ແຂວງ, ນະຄອນຫຼວງ, ອົງການຈັດຕັ້ງອື່ນໆທີ່ກ່ຽວຂ້ອງການ
    ດຳເນີນແຜນການສ້າງຄອບຄົວ, ບ້ານ, ກົມກອງ, ສຳນັກງານ, ອົງການ ວັດທະນະທຳ, ກວດກາປະເມີນ
    ຜົນການຈັດຕັ້ງປະຕິບັດໃຫ້ໄດ້ຕາມຈຸດປະສົງເປົ້າໝາຍ;
  8. ສະຫຼຸບ-ສັງລວມສະພາບການເຄື່ອນໄຫວວຽກງານຂອງພະແນກ ລາຍງານກົມຢ່າງເປັນປົກກະຕິ;
  9. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຫົວໜ້າກົມ.

* ວຽກງານຄຸ້ມຄອງປະເພນີ, ພິທີກຳ ແລະ ການນຸ່ງຖື

  1. ຄົ້ນຄ້ວາ ສ້າງນິຕິກຳ ແລະ ລະບຽບ, ຫຼັກການ ໃນການຄຸ້ມຄອງການເຄື່ອນໄຫວວຽກງານວັດທະນະທຳ
    ເຊັ່ນ: ຄວາມເຊື່ອຖື, ບຸນປະເພນີ, ພິທີກຳ, ງານສັງສັນ, ງານບຸນມະໂຫລານ, ງານວັດທະນະທໍາ ແລະ
    ອື່ນໆ ຂອງປະຊາຊົນລາວບັນດາເຜົ່າ;
  2. ສ້າງແຜນການ, ໂຄງການຕ່າງໆ ທີ່ພົວພັນເຖິງວຽກງານ ຂອງພະແນກຕົນຮັບຜິດຊອບ;
  3. ວາງແຜນ ສຶກສາ-ສຳຫຼວດ, ຄົ້ນຄວ້າ, ເກັບກຳ, ຮິບໂຮມ, ຮຽບຮຽງ ຂໍ້ມູນທາງດ້ານວັດທະນະທຳ
    ຮີດຄອງປະເພນີ, ວິຖີຊີວິດ, ງານບຸນປະເພນີ, ພິທີກຳ, ຄວາມເຊື່ອຖື, ການປະດິດສ້າງ, ຜົນງານທາງ
    ດ້ານພູມປັນຍາທີ່ຍອດຍິ່ງຂອງປະຊາຊົນລາວບັນດາເຜົ່າ;
  4. ຟື້ນຟູ, ສົ່ງເສີມ, ໂຄສະນາ ເຜີຍແຜ່ຄຸນຄ່າວັດທະນະທຳ, ຮີດຄອງປະເພນີ ຂອງເຜົ່າ, ຂອງຊາດ ດ້ວຍ
    ຫຼາຍຮູບການເຊັ່ນ: ສ້າງສາລະຄະດີເລື່ອງສັ້ນ-ຍາວ, ອອກອາກາດທາງລາຍການວິທະຍຸ-ໂທລະພາບ, ສື່
    ເອເລັກໂຕນິກ, ຂຽນບົດລົງວາລະສານ-ໜັງສືພິມ, ສ້າງປຶ້ມຄູ່ມືວັດທະນະທຳ; ສະໜອງຂໍ້ມູນຮູບພາບ
    ໃນການວາງສະແດງ, ການປາຖະກາຖາ, ເອກະສານວິຊາການທາງດ້ານວັດທະນະທໍາ;
  5. ຄົ້ນຄວ້າ, ປະກອບຄໍາເຫັນ ກ່ຽວກັບວຽກງານວັດທະນະທຳ ແລະ ຜ່ານແບບການແຕ່ງກາຍ ເພື່ອສະເໜີ
    ຂັ້ນເທິງພິຈາລະນາ;

* ວຽກງານຄຸ້ມຄອງສູນ-ສະໂມສອນສິລະປະ ແລະ ສວນວັດທະນະທຳ

  1. ຄົ້ນຄວ້າ ສ້າງນິຕິກຳ, ຂໍ້ກຳນົດ, ລະບຽບຫຼັກການ, ເນື້ອໃນ, ຮູບການ, ມາດຕະຖານເງື່ອນໄຂໃນການເຄື່ອນ
    ໄຫວຂອງ ສູນ-ສະໂມສອນ ແລະ ສວນວັດທະນະທຳ;
  2. ສ້າງແຜນການ, ໂຄງການຕ່າງໆ ທີ່ພົວພັນເຖິງວຽກງານ ຂອງພະແນກຕົນຮັບຜິດຊອບ;
  3. ໂຄສະນາເຜີຍແຜ່ ບັນດານິຕິກຳກ່ຽວກັບວຽກງານສູນວັດທະນະທຳເດັກ-ສະໂມສອນ ແລະ ສວນ
    ວັດທະນະທຳ;
  4. ຄົ້ນຄວ້າຊຸກຍູ້, ສົ່ງເສີມ ການຂະຫຍາຍສູນວັດທະນະທຳເດັກ ແລະ ສະໂມສອນວັດທະນະທຳ ຕາມພາ
    ລະບົດບາດ ເພື່ອນຳສະເໜີຂັ້ນເທິງພິຈາລະນາ;
  5. ຄົ້ນຄວ້າ, ສ້າງ, ປັບປຸງຄູ່ມືກິດຈະກໍາ ການຝຶກອົບຮົມ ສຳລັບສູນ-ສະໂມສອນວັດທະນະທຳເດັກ ໃນທົ່ວ
    ປະເທດ;
  6. ຄົ້ນຄວ້າ, ປະກອບຄຳເຫັນ ຂໍອະນຸຍາດ, ຕໍ່ອະນຸຍາດ ການລົງທຶນທຸລະກິດສູນ-ສະໂມສອນ ແລະ ສວນ
    ວັດທະນະທຳ ເພື່ອສະເໜີຂັ້ນເທິງພິຈາລະນາ;
  7. ຄົ້ນຄວ້າ, ປະກອບຄຳເຫັນ ອອກໃບຢັ້ງຢືນທາງດ້ານວັດທະນະທຳ-ສັງຄົມ, ໃບຢັ້ງຢືນນຳເຂົ້າ-ສົ່ງອອກ ໄພ້,
    ອຸປະກອນ, ອາໄຫຼ່ ທີ່ຮັບໃຊ້ເກມ, ກາຊິໂນ ທີ່ລັດຖະບານອະນຸມັດ ເພື່ອສະເໜີຂັ້ນເທິງພິຈາລະນາ;
  8. ປະສານສົມທົບກັບການຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງ, ຕິດຕາມ, ກວດກາ ການເຄື່ອນ
    ໄຫວຂອງ ສູນວັດທະນະທຳເດັກ, ສະໂມສອນວັດທະນະທຳ, ສວນວັດທະນະທຳ, ສະໂມສອນຫຼິ້ນເກມ
    ແລະ ກາຊິໂນ;
  9. ຄຸ້ມຄອງ, ເກັບກຳ, ສະຖິຕິ ວຽກງານຂອງສູນວັດທະນະທຳເດັກ, ສະໂມສອນວັດທະນະທຳ, ສວນ
    ວັດທະນະທຳ, ສະໂມສອນຫຼິ້ນເກມ ແລະ ກາຊິໂນ;